ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ການ​ນຳ​ຂັ້ນ​ສູງ ​ສປປ ​ເກົາຫຼີ ຢ້ຽມຢາມ​ໂຮງງານ​ຜະລິດ​ອາວຸດ


ທ່ານ ຄິມ​ຈອງ​ອຶນ ຜູ້ນຳ ສປປ ເກົາຫຼີ ພ້ອມ​​ດ້ວຍ​ຄະນະ

      ສຳນັກ​ຂ່າວ KCNA ​ສປປ​ ເກົາຫຼີ ໄດ້​ລາຍ​ງານ​ໃນ ​ວັນ​ທີ14 ສິງຫາ 2023 ນີ້​ວ່າ: ທ່ານ ຄິມ​ຈອງ​ອຶນ ຜູ້ນຳ ສປປ ເກົາຫຼີ ພ້ອມ​​ດ້ວຍ​ຄະນະ ແລະ
ເຈົ້າ​​ໜ້າ​ທີ່​ລະດັບ​ສູງໄດ້​ລົງ​ຊຸກຍູ້ຕິດຕາມ​ໂຮງງານ​ຜະລິດ​ອາ​ວຸດ, ຍຸດ​ໂທປະກອນ, ​ພາຫະນະ-ເຕັກນິກທີ​່ທັນ​ສະໄໝ ແລະ ໄດ້​ເພີ່ມ​ປະລິມານ​ການ​ຜະ
ລິດໃຫ້​ມີ​ທັງ​ປະລິມານ, ຄຸນ​ນະ​ພາບ, ໃຫ້​ທັນ​ສະໄໝ​ຍິງ​ໄດ້​ໄກ​ແມ້ນ​ຢຳ ທັງເປົ້າ​ເຄື່ອນ​ທີ່, ຄົງ​ທີ່ທັງ​ນີ້​ກໍເພື່ອ​ເປັນ​ການ​ພັດທະນາທາງ​ດ້ານ​ສະມັດຕະ​ພາບ
​ຂອງອາວຸດ​ຊະນິດ​ຕ່າງໆ ເອົາ​ໄວ້​ປ້ອງ​ກັນ​ຄວາມ​ໝັ້ນຄົງ​ຂອງ​ປະເທດ ເຮັດ​ໃຫ້​ວຽກ​ງານ​ການ​ທະຫານ​ມີ​ຄວາມ​ໝັ້ນຄົງ​ເຂັ້ມແຂງ​ຂຶ້ນ​ທຽບ​ທັນ​ກັບ​ສາກົນ.

      ທ່ານ ຄິມ​ຈອງ​ອຶນ ຍັງ​ໄດ້​ເນັ້ນ​ອີກວ່າ: ​​ຕ້ອງ​ເລັ່ງ​​ເພີ່ມ​ການ​ຜະລິດ​ອາວຸດ​ຊະນິດ​ຕ່າງໆ​ທີ່​ທັນ​ສະໄໝ ແລະ ສະໜອງຕາມ​ຄວາມ​ຮຽກຮ້ອງຕ້ອງການ
ຂອງກອງທັບ ເພື່ອ​ຍົກ​ສູງ​ລະດັບ​ວຽກ​ງານ​ຄວາມ​ໝັ້ນຄົງ ແລະ ປ້ອງ​ກັນ​ປະເທດ​ຊາດ​ໃຫ້​ມີ​ຄວາມ​ສະຫງົບ, ເຮັດ​ໃຫ້ປະຊາຊົນ​ເຊື່ອ​ໝັ້ນ​ໃນ​ການ​ນຳພາ
​ຂອງ​ການ​ນຳ ແລະ ການ​ດຳລົງ​ຊີວິດ, ການ​ທຳ​ມາ​ຫາ​ກິນ, ການ​ຄ້າຂາຍ, ການ​ຜະລິດ​ກະສິກຳ, ອຸດສາຫະກຳ, ການ​ກະເສດໃຫ້​ພໍໃຊ້​ພາຍ​ໃນ ແລະ ສົງ
​ອອກ​ຕ່າງປະເທດໜູນຊ່ວຍໃຫ້​ປະເທດ​ມີ​ຄວາມ​ກ້າວໜ້າ, ສີວິໄລ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 16/08/2023